ປະຫວັດຄວາມເປັນມາ

BIC BANK LAO

ທະນາຄານ ບີໄອຊີ ລາວ ຈຳກັດ ເປັນທະນາຄານທຸລະກິດພາຍໃນທີ່ລົງທຶນໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ກຸ່ມບໍລິສັດ ເອໄອເອັຟ (AIF) ຖືຮຸ້ນ 70% ແລະ ລັດວິສາຫະກິດ ໄຟຟ້າລາວ (EDL) ຖືຮຸ້ນ 30%. ທະນາຄານ ບີໄອຊີ ລາວ ຈຳກັດ ມີຊື່ເດີມວ່າທະນາຄານ ການຄ້າສາກົນ ລາວ ຈຳກັດ ທີ່ເລີ່ມດໍາເນີນທຸລະກິດຕັ້ງແຕ່ປີ 2008. ທະນາຄານ ການຄ້າສາກົນ ລາວ ໄດ້ປ່ຽນຊື່ມາເປັນ ທະນາຄານ ບີໄອຊີ ໃນວັນທີ 22 ມິຖຸນາ 2017 ຕາມໃບອະນຸຍາດລົງທຶນ ເລກທີ 554/ຈທວ, ອະນຸມັດໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໃບອະນຸຍາດດຳເນີນທຸລະກິດເລກທີ 23/ທຫລ ລົງວັນທີ 08 ເດືອນພະຈິກປີ 2017 ອະນຸມັດໂດຍ ທະນາຄານແຫ່ງ ສປປ ລາວ (BOL). ຂອບການດໍາເນີນທຸລະກິດຫຼັກຂອງທະນາຄານ ບີໄອຊີ ແມ່ນເພື່ອສະໜອງການບໍລິການດ້ານທະນາຄານ ແລະ ການບໍລິການທາງດ້ານການເງິນຢ່າງຄົບວົງຈອນ ຢູ່ ສປປ ລາວ. ສໍານັກງານໃຫຍ່ຂອງ ທະນາຄານ ບີໄອຊີ ລາວ ຕັ້ງຢູ່ ຖະໜົນໄກສອນພົມວິຫານ , ບ້ານ ໂພນສະອາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປລາວ. ນອກນີ້, ທະນາຄານ ບີໄອຊີ ຍັງສາຂາ ແລະ ໜ່ວຍບໍລິການ ຢູ່ໃນບັນດາແຂວງຕ່າງໆຂອງ ສປປ ລາວ ອີກດ້ວຍ.

ວິໄສທັດ

ເພື່ອກ້າວໄປສູ່ການເປັນທະນາຄານທີ່ດີເລີດ ແລະ ເປັນຜູ້ໃຫ້ບໍລິການດ້ານການທະນາຄານສ່ວນບຸກຄົນຊັ້ນນຳຂອງປະເທດ.

ພາລະກິດ

ພາລະກິດຂອງທະນາຄານບີໄອຊີແມ່ນການໃຫ້ບໍລິການດ້ວຍຄວາມເອົາໃຈໃສ່:

  • ບໍລິຫານຈັດການຄວາມຕ້ອງການດ້ານການເງິນ ແລະ ໃຫ້ຄຳແນະນຳທາງດ້ານການເງິນໃຫ້ແກ່ລູກຄ້າ.
  • ໃຫ້ບໍລິການທາງດ້ານການເງິນ ແລະ ຜະລິດຕະພັນ ສ່ວນບຸກຄົນ ໃຫ້ແກ່ລູກຄ້າທີ່ມີມູນຄ່າຊັບສິນສູງ.
  • ໃຫ້ຄວາມຮູ້ແກ່ລູກຄ້າກ່ຽວກັບການທະນາຄານຢ່າງເໝາະສົມ, ສ້າງຄວາມສຳພັນອັນດີລະຫວ່າງລູກຄ້າ ແລະ ທະນາຄານຂອງພວກເຮົາ.
  • ເພື່ອປົກປ້ອງ ແລະ ໃຫ້ບໍລິການຕາມຄວາມຕ້ອງການຕົວຈິງຂອງລູກຄ້າ.

 

ຄ່ານິຍົມ

ການດໍາເນີນທຸລະກິດ

ການບໍລິຫານຄຸ້ມຄອງຮັດກຸມ ແລະ ພ້ອມແນວທາງແກ້ໄຂທີ່ມີຄຸນຄ່າ ເພື່ອໃຫ້ປະສົບຜົນສຳເລັດ.

ການປະຕິສຳພັນ

ການປະສານກັນຢ່າງກົມກຽວກັບຜູ້ທີ່ມີສ່ວນຮ່ວມທັງໝົດ, ການສ້າງຄວາມໄວ້ວາງໃຈ ແລະ ຄວາມເຊື່ອຖື ທີ່ຈະສົ່ງເສີມການຮ່ວມມືໃນການສ້າງຄວາມເຂັ້ມແຂງ ແລະ ສ້າງມູນຄ່າໃຫ້ທຸລະກິດ.

ວັດທະນະທຳທີ່ດີເລີດ

ການຕັ້ງມາດຕະຖານທີ່ສູງ ແລະ ພະຍາຍາມໃຫ້ປະສົບຜົນສໍາເລັດ ຢ່າງມີປະສິດທິພາບ ໃຫ້ເກີນກວ່າເປົ້າໝາຍທີ່ຕັ້ງໄວ້.

ການຮ່ວມມື

ເຮັດວຽກ ແລະ ຄິດຮ່ວມກັນຢ່າງກົມກຽວ ເພື່ອໃຫ້ໄດ້ຜົນຕອບແທນທີ່ຍືນຍົງແກ່ຜູ້ທີ່ມີສ່ວນຮ່ວມທັງໝົດ.

ຄວາມຄ່ອງແຄ້ວ

ມີຄວາມວ່ອງໄວ, ຄວາມຢືດຢຸ່ນ ແລະ ປັບໂຕ ໃນການແກ້ໄຂບັນຫາ.

ຄວາມເຄົາລົບ

ຄວາມເຄົາລົບເປັນຄຸນສົມບັດພື້ນຖານຂອງທະນາຄານເຮົາ ເຊິ່ງເປັນອົງປະກອບຫຼັກທີ່ຈະພາໄປສູ່ຜົນໄດ້ຮັບທີ່ດີທີ່ສຸດ.

ຈັນຍາບັນ

ໃຫ້ບໍລິການດ້ວຍຄວາມຊື່ສັດ, ຈັນຍາບັນສູງສຸດ ສະແດງອອກໃນການບໍລິການທີ່ຈິງໃຈ, ຍຸດຕິທຳ.

 

#BICCARE

#BecauseICare

ສະພາບໍລິຫານ

ທ່ານ ປອ. ລິດທິກອນ ພູມມະສັກ

ປະທານ

ທ່ານ ນາງ ກິ່ງໂພເງິນ ພູມມະສັກ


ທ່ານ ລິມ ໄວ ຮຸງ


ຄະນະຜູ້ບໍລິຫານ

ທ່ານ ລິມ ໄວ ຮຸງ

ປະທານບໍລິຫານ

ທ່ານ ຟີລິກ ເດສມອນ ຟຣານຊິສ

ຜູ້ຈັດການທົ່ວໄປ - ຝ່າຍບໍລິຫານ

ແຜນຜັງອົງກອນ