ທະນາຄານ ບີໄອຊີ ລາວຈຳກັດ

ປະຫວັດຄວາມເປັນມາ

ທະນາຄານ ບີໄອຊີ ລາວ ຈຳກັດ ເປັນທະນາຄານທຸລະກິດໃນປະເທດທີ່ລົງທຶນໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ ລາວ). ໂດຍການຮ່ວມມືລະຫວ່າງ ບໍລິສັດໄຟຟ້າລາວ (EDL) ແລະ ກຸ່ມບໍລິສັດ ເອໄອເອັມ (AIFS) ຊຶ່ງຮຸ້ນຂອງທະນາຄານແມ່ນໄຟຟ້້າລາວກວມເອົາ (30%) ແລະ ກຸ່ມບໍລິສັດ ເອໄອເອັບ (70%).
ທະນາຄານ ບີໄອຊີ ລາວ ຊື່ເດີມແມ່ນ ທະນາຄານ ການຄ້າສາກົນ ລາວ ຈຳກັດ ທີ່ເລີ່ມຕົ້ນສ້າງຕັ້ງທຸລະກິດຕັ້ງແຕ່ປີ 2008. ທະນາຄານ ການຄ້າສາກົນ ລາວ ໄດ້ປ່ຽນຊື່ມາເປັນ ທະນາຄານ ບີໄອຊີ ໃນວັນທີ 22 ມິຖຸນາ 2017 ຕາມໃບອະນຸຍາດລົງທຶນ ເລກທີ 554 / ຈທວ, ອະນຸມັດໂດຍກະຊວງອຸດສາຫະກໍາແລະການຄ້າ, ແລະ ໃບອະນຸຍາດດຳເນີນທຸລະກິດເລກທີ 23/ທຫລ ລົງວັນທີ 08 ເດືອນພະຈິກປີ 2017 ອະນຸມັດໂດຍ ທະນາຄານແຫ່ງ ສປປ ລາວ (BOL).
ຄວາມມຸ່ງໝັ້ນຂອງທະນາຄານແມ່ນເພື່ອສະຫນອງການບໍລິການດ້ານທະນາຄານໃຫ້ຄົບຖ້ວນແລະການບໍລິການທາງດ້ານການເງິນໃນສປປລາວ.
ສໍານັກງານໃຫຍ່ຂອງ ທະນາຄານ ບີໄອຊີ ລາວ ຕັ້ງຢູ່ເລກທີ 127/07, ຖະຫນົນ ຫັດສະດີ, ບ້ານ ຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປລາວ. ທະນາຄານ ບີໄອຊີ ຍັງມີການຄຸ້ມຄອງຢູ່ໃນພາກສ່ວນອື່ນຂອງ ສປປ ລາວ ອີກດ້ວຍ.

ວິໄສທັດ
ເພື່ອການເປັນທະນາຄານທີ່ຕອບສະຫນອງດ້ານການບໍລິການທີ່ດີໃຫ້ແກ່ລູກຄ້າ, ໂດຍຜ່ານຜະລິດຕະພັນໃຫມ່ໆແລະ ການແກ້ໄຂທີ່ມີຄວາມກ້າວໜ້າທາງດ້ານເທັກໂນໂລຢີ ແລະ ເກີນຄວາມຄາດຫວັງຂອງ ລູກຄ້າ.

ເປົ້າໝາຍ:
ເພື່ອໃຫ້ກາຍເປັນຄູ່ຮ່ວມທາງການເງິນທີ່ດີ, ພວກເຮົາຕ້ອງມີໄຫວພິບ ແລະ ໄວກວ່າຄູ່ແຂ່ງຂອງພວກເຮົາໃນການສ້າງຜົນປະໂຫຍດໃຫ້ຫລາຍຂຶ້ນໂດຍການສະໜອງຜະລິດຕະພັນໃໝ່ໆ ແລະ ການແກ້ ໄຂປະຕິບັດໃຫ້ຕອບສະໜອງເກີນຄວາມຄາດຫວັງຂອງພວກເຂົາ. ພວກເຮົາມຸ່ງຫວັງທີ່ຈະເພີ່ມປະໂຫຍດສູງສຸດໃຫ້ແກ່ລູກຄ້າ, ພະນັກງານ ແລະ ຜູ້ຖືຫຸ້ນຂອງພວກເຮົາ. ພວກເຮົາຈະພັດທະນາະປັບປຸງການບໍລິການທາງທຸລະກິດໂດຍການລົງທຶນໃນບຸກຂະລາກອນຢ່າງຕໍ່ເນື່ອງ, ສ້າງແນວຄິດ ແລະ ພັດທະນາເຕັກໂນໂລຢີໃຫມ່ໆຂຶ້ນມາ. ສ້າງຄວາມເຊື່ອຖືໃຫ້ເຊິ່ງກັນ ແລະ ກັນ, ເປີດກວ້າງ ,ຊື່ສັດ ແລະ ຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າ.

Picture

2017

ທະນາຄານການຄ້າສາກົນລາວຈຳກັດ ໄດ້ປ່ຽນຊື່ມາເປັນທະນາຄານ ບີໄອຊີ ລາວ ຈຳກັດ.

2017
Picture

2011

ວັນທີ 5 ຕຸລາ 2011 ໄດ້ກໍ່ຕັ້ງສາຂາໄຊເສດຖາ ອາຄານ B5-B6 ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

2011
Picture

2009

ວັນທີ 28 ຕຸລາ 2009 ໄດ້ກໍ່ຕັ້ງສາຂາຈຳປາສັກອາຄານ21-22, ຖະໜົນ ສາລາຂຽວ-ດົງຈອງ, ບ້ານ ໂພນກຸງ , ເມືອງ ປາກເຊ, ແຂວງ ຈຳປາສັກ

2009
Picture

2008

ທະນາຄານ ການຄ້າສາກົນລາວ ໄດ້ກໍ່ຕັ້ງຂຶ້ນໃນເດືອນ ຕຸລາ 2008. ທະນາຄານໄດ້ເລີ່ມດຳເນີີນທຸລະກິດ ໃນວັນທີ 8 ທີ່ຕັ້ງສຳນັກງາານໃຫຍ່, ບ້ານ ຫັດສະດີ, ເມືອງ ຈັນທະບູລີ , ນະຄອນຫລວງວຽງຈັນ

2008
Copyright © 2021 BIC Bank Lao Co.,Ltd