ສິນເຊື່ອທຸລະກິດ

ທຸລະກິດຫລາກຫລາຍໃນລາວບໍ່ວ່າຈະເປັນຂະຫນາດໃຫຍ່ ຫຼື ຂະຫນາດນ້ອຍ, ເມື່ອທ່ານໃຊ້ບໍລິການກັບທະນາຄານຂອງພວກເຮົາ ທ່ານຈະໄດ້ຮັບຄວາມງ່າຍ ແລະ ສະດວກສະບາຍ, ພ້ອມກັບຊ່ວຍໃຫ້ພວກເຮົາເຂົ້າໃຈໃນທຸລະກິດຂອງທ່ານ. ປຶກສາກັບທິມງານຂອງພວກເຮົາເພື່ອທຳຄວາມເຂົ້າໃຫ້ຫລາຍຂຶ້ນ.

ສິນເຊື່ອເພື່ອ ທຸລະກີດຂະໜາດນ້ອຍ

ຂະຫຍາຍບໍລິສັດຂອງທ່ານດ້ວຍສິນເຊື່ອຂະໜາດນ້ອຍ ແລະ ຂະຫນາດກາງກັບ ທະນາຄານ ບີໄອຊີ.
ສິ່ງອຳນວຍຄວາມສະດວກສະບາຍຂອງພວກເຮົາມາພ້ອມກັບຜົນປະໂຫຍດຢ່າງຫຼວງຫລາຍ ແລະ ມີການປັບປຸງເພື່ອຕອບສະຫນອງຄວາມ ຕ້ອງການຂອງທຸລະກິດຂອງທ່ານ.
ເງິນກູ້ດັ່ງກ່າວມີໄລຍະເວລາຈ່າຍຄືນພາຍໃນ 1 ເຖິງ 5 ປີ, ທັງນີ້ມີຈຸດປະສົງເພື່ອຊ່ວຍໃນການຫມູນວຽນຂອງເງິນທຶນ ແລະ ສະພາບຄ່ອງ ຂອງທຶນໃນການດໍາເນີນທຸລະກິດ.

ສິນເຊື່ອໄລຍະສັ້ນ

ສິນເຊື່ອໄລຍະສັ້ນແມ່ນສິນເຊື່ອທີ່ຕ້ອງໄດ້ຮັບການຊໍາລະຄືນພາຍໃນເວລາ1ປີ, ສິນເຊື່ອດັ່ງກ່າວແມ່ນມີຈຸດປະສົງເພື່ອສະຫນັບສະຫນູນການຫມູນວຽນຂອງເງິນສົດ ແລະ ສະພາບຄ່ອງຂອງເງິນທຶນໃນການຂະຫຍາຍທຸລະກິດ ໂດຍສະເພາະຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ, ເງິນທຶນຫມູນວຽນ, ການຊື້ວັດຖຸດິບຫຼືອຸປະກອນຕ່າງໆ.
ສິນເຊື່ອເງິນເບີກເກີນແມ່ນຄວາມສະດວກສະບາຍທີ່ໄດ້ຮັບໃນຊ່ວງໄລຍະເວລາໃດຫນຶ່ງແລະສາມາດຈ່າຍຄືນໄດ້ຕາມຄວາມຕ້ອງການ. ລູກຄ້າໄດ້ຖືກອະນຸຍາດໃຫ້ຖອນຈໍານວນເງິນທີ່ເກີນຍອດທີ່ມີຢູ່ໃນບັນຊີປະຈຸບັນຂອງລູກຄ້າໄດ້ກໍານົດໃນຂອບເຂດທີ່ໄດ້ຕົກລົງກັນໄວ້, ພ້ອມທັງ ຊໍາລະຄືນເມື່ອເຖິງວັນແລະເວລາທີກຳນົດ.
ສຳຫຼັບດອກເບ້ຍຂອງສິນເຊື່ອນັ້ນຈະຖືກຄິດໄລ່ຕາມຈໍານວນເງິນທີ່ທ່ານນໍາໃຊ້ ສ່ວນອັດຕາດອກເບ້ຍແມ່ນຂຶ້ນກັບຈຸດປະສົງໃນການນຳໃຊ້ສິນ ເຊື່ອ, ຫຼັກຊັບ ແລະ ມູນຄ່າທີ່ໃຊ້ໃນການຄໍ້າປະກັນ.
ເງິນກູ້ໝູນວຽນໄລຍະສັ້ນ RSTL ແມ່ນເງິນກູ້ທີ່ພິຈາລະນາເປັນທຶນຫມູນວຽນທີ່ອະນຸຍາດໃຫ້ທຸລະກິດກູ້ຢືມເງິນຕາມຄວາມຕ້ອງການໃນການສະ
ຫນອງເງິນທຶນໃນທຸລະກິດ ແລະ ການນຳໃຊ້ເງິນທຶນໃນໄລຍະສັ້ນ ສ່ວນຫລາຍແມ່ນການນໍາໃຊ້ເພື່ອການຈ່າຍເງິນສໍາລັບການ ນໍາເຂົ້າສິນຄ້າ, ຊື້ອຸປະກອນ ແລະ ອື່ນໆ.

ສິນເຊື່ອໄລຍະຍາວ

ທະນາຄານ ບີໄອຊີ ໄດ້ສະໜອງທຶນຫມູນວຽນໃຫ້ແກ່ບໍລິສັດໃນການດຳເນີນງານຊຶ່ງສາມາດຊຳລະໄດ້ໃນໄລຍະເວລາທີ່ຍາວເກີນ 5 ປີ. ສາມາດນໍາໃຊ້ເພື່ອຊື້ສິນຊັບ, ສິນຄ້າ ຫຼື ອຸປະກອນທີ່ສາມາດນໍາໃຊ້ເພື່ອສ້າງລາຍໄດ້ເພີ່ມເຕີມສໍາລັບທຸລະກິດ. ສອບຖາມຂໍ້ມູນກັບທີມງານບໍລິການລູກຄ້າຂອງພວກເຮົາສໍາລັບລາຍລະອຽດເພີ່ມເຕີມແລະວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.
Copyright © 2018 BIC Bank Lao Co.,Ltd